ບຸນບັ້ງໄຟເມືອງທົ່ງມີໄຊ

in #laos8 years ago

ສະບາຍດີໝູ່ເພື່ອນຊາວsteemit ແລະ busy
ມື່ວານນີ້ໄດ້ໄປທ່ຽວບຸນບັ້ງໄຟເມືອງທົ່ງເຊິ່ງນີ້ກະເປັນເທື່ທີ2ທີ່ໄດ້ໄປ ເຊິ່ງບຸນບັ້ງໄຟເມືອງທົ່ງນີ້ຈະບໍ່ຄືບ່ອນໃດໃນໂລກ ແຕ່ລະປີມີບັ້ງໄຟມາຈູດເປັນພັນໆບັ້ງ ເຊິ່ງຊາວເມືອງທົ່ງໄດ້ນັບຖືກັນມາແຕ່ດົນນານມາໃຜທີ່ເອົາບັ້ງໄຟມາຈູດແມ່ນຈະໄດ້ຮັບໂຊກລາບຖ້າຜູ້ໃດເອົາບັ້ງໄຟມາຈູດແລ້ວ ແມນນຕ້ອງໄດ້ເອົາມາຈູດ3ປີຕິດຕໍ່ກັນ
20180423_102629.jpg
ໃຜທີ່ເອົາບັ້ງໄຟມາຈູດແມ່ນຕ້ອງໄດ້ເອົາມາບູຊາພະທາດແມ່ນາງ3ຜິວກ່ອນເຊິ່ງທາດນາງຜິວນີ້ເປັນພະທາດສັກສິດຂອງຊາວເມືອງທົ່ງມີໄຊ ການບູຊາບັ້ງໄຟພະທາດນາງ3ຜິວ ຕ້ແງໄດ້ເວົ້າຄຳວ່າ: ສີ້ສີ້ສີ້ (ຂໍໂທດໃນຄຳບໍ່ສຸພາບ) ນີ້ແມ່ນການຖືກັນມາຕັ້ງແຕ່ສະໄໝປູ່ຍາຕາຍາຍຂອງຊາວເມືອງທົ່ງໃຜບໍ່ເວົ້າຄຳນີ້ແມ່ນບໍ່ໄດ້ໄປຮ່ວມໃນງານບຸນຈູດບັ້ງໄຟເມືອງທົ່ງ20160423_100324.jpg
ສຳລັບໃຜທີ່ຂຶ້ນຈູດບັ້ງໄຟແມ່ນຕ້ອງອາບຂີ້ຕົມໃຫ້ປຽກໆເພື່ອເປັນການປ້ອງກັນເວລາບັ້ງໄຟແຕກບໍ່ໃຫ້ຈົບຫຼາຍ ສຳລັບຜູ້ທີ່ຂຶ້ນຈູດບັ້ງໄຟກ່ອນຈະຂຶ້ນຈູດຕ້ອງໄດ້ໄປກາບໄຫວ້ພະທາດແມ່ນາງ3ຜິວໃຫ້ຄົບ4ແຈ ພ້ອມເວົ້າຄຳວ່າ: ສີ້ສີ້ສີ້ (ຂໍໂທດໃນຄຳບໍ່ສຸພາບ) ຜູ້ທີ່ຂຶ້ນຈູດຍັ້ງໄຢຄືກັນຕ້ອງໄດ້ຂຶ້ນຈູດເປັນເວລາ3ປີຈິດຕໍ່ກັນ ນອກຈາກວ່າສຸຂະພາບບໍ່ແຂງແຮງແທ້ຈຶ່ງໄດ້ຂໍອານຸຍາດຈາກແມ່ນາງ3ຜິວ ວ່າປີນີ້ສຸຂະພາບຍັງບໍ່ພ້ອມຂໍໂຈະໄວ້ກ່ອນປີ1ປີໜ້າຈະມາຂຶເນຈູດອີກ.
![20180423_101725.jpg] ()20180423_101626.jpg20160423_094523.jpg
ການຂຶ້ນຈູດບັ້ງໄປແມ່ນຈະຂຶ້ນຈູກເທື່ອລະ5-6ຄົນ ແລະ ຈູດເທື່ອລະ5-6ບັ້ງເຊິ່ງເວລາຈູດບັ້ງໄຟຄືກັນຈະຕ້ອງໄດ້ເວົ້າຄຳວ່າ:ສີ້ສີ້ສີ້ (ຂໍໂທດໃນຄຳບໍ່ສຸພາບ) ຖ້າໃຜບໍ່ເວົ້ເວລາບັ້ງໄຟແຕກແມ່ນຈະມີອັນເປັນໄປ ແຕ່ຖ້າໃຜເວົ້າຄຳນີ້ແລ້ວແມ່ນແມ່ນາງ3ຜິວຈະຄຸ້ມຄອງ.20160423_151331.jpg
ຫຼັງຈາກທີ່ຈູດບັ້ງໄປໝົດທຸກບັ້ງແລ້ວ ກະຕ້ອງໄດ້ສົງນ້ຳພະທາດແມ່ນາງ3ຜິວໃຜທີ່ໄປແລ້ວບໍ່ສົງຳພະທາດ ໄທເມືອງທົ່ງມີໄຊເພິ່ນວ່າຈະຊອກທາງກັບບໍ່ໄດ້ ສຳລັບການສົງນ້ຳພະທາດແມ່ນາງ3ຜິວແມ່ນຈະໄດ້ຍ່າງສົງອ້ອມ3ຮອບພ້ອມທັງເວົ້າຄຳວ່າ: ສີ້ສີ້ສີ້ (ຂໍໂທດໃນຄຳບໍ່ສຸພາບ) ຈົນສາມຮອບຄ່ອຍເຊົາເວົ້າຫຼັງຈາກນັ້ນກະກັບບ້ານໄດ້
20160423_091452.jpg
ແລະສຸດທ້າຍນີ້ກະແມ່ນຮູບຕແນໄປເມື່ອ2ປີທີ່ແລ້ວ
ຂໍຂອບໃຈສຳລັບທຸກຄົນທີ່ເຂົ້າມາອ່ານ

Sort:  

The Tree of Life, or Etz haChayim (עץ החיים) has upvoted you with divine emanations of G-ds creation itself ex nihilo. We reveal Light by transforming our Desire to Receive for Ourselves to a Desire to Receive for Others. I am part of the Curators Guild (Sephiroth), through which Ein Sof (The Infinite) reveals Itself!

Thank you for voted and comment

ບໍ່ເຄີຍໄປຈັກເທື່ອ ບຸນບັ້ງໄຟນີ້

ມ່ວນຫຼາຍມີໂອກາດລະມາເດີສິພາໄປ

ໂດຍໆຂອບໃຈ

ທີ30ບຸນບັ້ງໄຟເມືອງປາກລາຍເດີມາຢາມໄດ້

30ชิมารอดนี้ว่า

ແມ່ນ