ຕາດຮຳ ນ້ຳຕົກດືກດຳບັນແຫ່ງເມືອງບໍ່ແຕນ

ສະຖານທີ່ທ່ອງທ່ຽວຂອງແຂວງໄຊຍະບູລີມີຫລາຍບ່ອນໄດ້ຮັບການຍົກລະດັບໃຫ້ກາຍເປັນແຫລ່ງທ່ອງທ່ຽວທີ່ໂດດເດັ່ນ, ຈົນໄດ້ຮັບສຽງຕອບຮັບຈາກນັກທ່ອງທ່ຽວເປັນຢ່າງ ດີວ່າ ເປັນສະຖານທີ່ທ່ອງທ່ຽວທີ່ດີທີ່ສຸດອີກມຸມຫນຶ່ງໃນລາວ, ຄຽງຄູ່ກັນນັ້ນກໍ່ຍັງມີສະຖານທີ່ທ່ອງທ່ຽວທີ່ຫນ້າປະທັບໃຈຫລາຍແຫ່ງເຊັ່ນກັນທີ່ຍັງຄົງໄວ້ທຳມະຊາດດັ້ງເດີມ, ບໍ່ ທັນໄດ້ຮັບການພັດທະນາເພື່ອໃຫ້ດຶງດູດຈຸດສົນໃຈນັກທ່ອງທ່ຽວໃຫ້ເຂົ້າມາຫລາຍເທື່ອ. ໃນນັ້ນ ຕາດຮຳກໍ່ແມ່ນຫນຶ່ງໃນຫລາຍໆຕາດທີ່ຍັງບໍ່ທັນໄດ້ຮັບການບຸກເບີກ, ປົວແປງ ໃຫ້ກາຍເປັນບ່ອນທ່ອງທ່ຽວທີ່ສຳຄັນຂອງນັກທ່ອງທ່ຽວຄາດວ່າໃນອະນາຄົດອັນໃກ້ນີ້ຕາດດັ່ງກ່າວຈະສາມາດສ້າງລາຍຮັບແລະວຽກເຮັດງານທຳໃຫ້ແກ່ປະຊາຊົນໃນເຂດນີ້ໄດ້ ຫລາຍສົມຄວນ.

ນ້ຳຕົກຕາດເມືອງຮຳຫລືຕາດຮຳເມືອງບໍ່ແຕນແຂວງໄຊຍະບູລີເປັນສະຖານທີ່ທ່ອງທ່ຽວທີ່ຍັງບໍ່ທັນໄດ້ຮັບການບູລະນະສ້າງສາຫລືບຸກເບີກໃຫ້ເປັນສະຖານທີ່ທ່ອງທ່ຽວຄືກັນບ ບ່ອນອື່ນໆເທື່ອ. ສະນັ້ນ, ພາບທຳມະຊາດກໍ່ຍັງຄົງຄວາມງາມຂອງມັນຍັງມີໄວ້ໃຫ້ທ່ານໄດ້ເຫັນກັນຢູ່ໃນປະຈຸບັນ. ຕາດດັ່ງກ່າວມີລັກສະນະສູງຊັນມີສາຍນໍ້າຕົກລົງມາກະທົບໃສ່ ຫີນເປັນຊັ້ນໆເຮັດໃຫ້ມີອາຍນ້ຳກະຈາຍຟົ້ງໄປທົ່ວຢູ່ບໍ່ຂາດສາຍ, ຖ້າຫາກທ່ານຍ່າງເຂົ້າໄປໃກ້ໆກັບນ້ຳຕົກທາງລຸ່ມຈະຮູ້ສຶກເຢັນສະບາຍໃນບໍລິເວນອ້ອມຮອບຕາດມີໂງ່ນຫີນ ແລະ ພະລານຫີນລຽງລ້າຍຊ້າຍເຫມາະສົມແກ່ການນັ່ງຊົມຕາດກາງແສງແດດ, ຖ່າຍຮູບຫລືບາງທີອາດຈະອາບນ້ຳໃນສະຖານທີ່ແຫ່ງນັ້ນເລີຍກໍ່ໄດ້, ສ່ວນຢູ່ທາງດ້ານເທິງກໍ່ມີຕົ້ນ ໄມ້ນ້ອຍ- ໃຫຍ່ກາຍເປັນຮົ່ມໃຫ້ແກ່ຜູ້ຄົນທີ່ເດີນທາງມາທ່ຽວທີ່ນີ້ໄດ້ນັ່ງພັກຜ່ອນຢ່ອນອາລົມກັນແນ່ຈັກຫນ່ອຍຫລືບາງຄັ້ງອາດຈະນັ່ງ ປູສາດກິນເຂົ້າໃນທີ່ນັ້ນເລີຍກໍ່ໄດ້.

ນອກຈາກທີ່ນີ້ຖ້າຫາກທ່ານບໍ່ຢາກນັ່ງໃນແຖວໆຮົ່ມໄມ້ຢູ່ບ່ອນນັ້ນກໍ່ຍັງມີສາລາແລະຕັ່ງເຮັດດ້ວຍປີກໄມ້ໄວ້ໃຫ້ທ່ານໄດ້ນັ່ງຊົມນ້ຳຕົກຢ່າງສະບາຍອີກ. ຕາມການເລົ່າຂານຂອງຄົນຢູ່ໃນທີ່ບ້ານແຫ່ງນີ້ໃຫ້ຮູ້ວ່າ: ນ້ຳທີ່ຕົກລົງມາຈາກຕາດນີ້ສ່ວນຫລາຍແມ່ນນໍ້າທີ່ໄຫລມາຈາກສາຍພູນາກອກ, ນາກາຍແລ້ວໄຫລຜ່ານບ້ານເມືອງຮຳມາປ່ອງລົງໃສ່ບ່ອນດຽວກັນ. ນັກທ່ອງທ່ຽວທີ່ມາທ່ຽວໃນວັນທົ່ວໄປກ່ໍຈະບໍ່ຫລາຍປານ ໃດແຕ່ທີ່ຫລາຍກວ່າຫມູ່ແມ່ນຍາມວັນເສົາ-ອາທິດຫລືງານບຸນສຳຄັນຕ່າງໆບັນດາຜູ້ຄົນໃຫ້ຄວາມສົນໃຈກ່ຽວກັບສະຖານທີ່ແຫ່ງນີ້ເປັນພິເສດ. ສຳລັບການເດີນທາງຖ້າຫາກຂີ່ລົດລົງຈາກບ້ານດັ່ງກ່າວກໍ່ປະມານ1 ກິໂລແມັດ, ແຕ່ຖ້າຫາກຍ່າງໄປບໍ່ດົນກໍ່ຮອດພຽງແຕ່ຍ່າງຈາກບ້ານເມືອງຮຳຈະມີທາງລັດເຂົ້າໄປເປັນທາງດິນແດງເຊິ່ງຈະຕ້ອງຍ່າງຂ້າມຂົວໄປອີກບ່ອນຫນຶ່ງປະມານ50 ແມັດຈິ່ງຮອດ. ເຖິງວ່າການເດີນທາງຈະເປັນຍາມຮ້ອນແຕ່ກໍ່ອົບອຸ່ນເພາະປ່າໄມ້ປົກຄຸມໄປທົ່ວໃນເຂດບໍລິເວນອ້ອມຮອບນັບແຕ່ທາງເຂົ້າຈົນເຖິງນໍ້າຕົກ.

ບັນດາທ່ານຜູ້ອ່ານກໍ່ຄົງສົນໃຈກ່ຽວກັບໄລຍະທາງໄປມາ,ສາມາດສອບຖາມນຳຂ້າພະເຈົ້າໄດ້ image image